“ຄຳສາຣະພາບຜິດຂອງສຸພານຸວົງກ່ອນສີ້ນພຣະຊົນ“

ຄຳສາຣະພາບຜີດ ຂອງສເດັດເຈົ້າສຸພານຸວົງ – La confession de Souphanouvong-Confession of souphanouvong !!

ຄຳສາຣະພາບຜີດ ຂອງສເດັດເຈົ້າສຸພານຸວົງ – La confession de Souphanouvong en 1993 avant sa mort-Confession of Souphanouvong.
“ປັຈສິມມະວາຈາ ຂອງສເດັດເຈົ້າສຸພານຸວົງ ກ່ອນສີ້ນພຣະຊົນ“(ຈາກໜັງສືເຣື່ອງ“Stalking the Elephant King “ຂຽນໂດຍທ່ານ Christopher Kremmer).

  • ທ່ານ Christopher Kremmer ເປັນນັກຂຽນ ແລະນັກໜັງສືພິມ ຊາວອອສເຕຣເລັຽ ທີ່ສົນໃຈສະຖານະການໃນເອເຊັຽອາຄະເນ ໄດ້ຂຽນປື້ມຫລາຍສະບັບ ກ່ຽວກັບສົງຄາມວຽດນາມ ກັມປູເຈັຽ ແລະລາວ ປະປ່ອຍໃຫ້ປະຊາຊົນ ໓ ຊາດຜະເຊີນໜ້າກັບຊາຕາກັມໂດຍລຳພັງ ພາຍໄຕ້ແອກຄອບຄອງ ຂອງຄອມມິວນີສຕ໌.
    ຄວາມສົນໃຈເຫດການໃນອີນດູຈີນໂດຍສເພາະ ແມ່ນປະເທດລາວ ທຳໃຫ້ທ່ານພຍາຍາມຫລາຍຄັ້ງຫລາຍຫົນທີ່ຈະເຂົ້າໄປສັງເກດການດ້ວຍຕົນເອງ ແຕ່ກໍ ບໍ່ສາມາດຜ່ານຜ່າກຳແພງໄມ້ໄຜ່ທີ່ຄອມມິວນິສຕ໌ລາວແດງ ປົກງຳຄວາມລີ້ລັບພາຍໃນປະເທດໄດ້.
    ຈົນກະທັ່ງລະບອບປົກຄອງຄອມມິວນິສຕ໌ ພັງທະລາຍໃນຢູຣົບພວກກຳອຳນາດຜະເດັດການຄອມມິວນິສຕ໌ລາວແດງ ຈຳເປັນຕ້ອງໄຂປະຕູຂໍທານການຊ່ອຍເຫລືອຈາກປະເທດເສຣີນິຍົມ,ພວກກຳອຳນາດຜະເດັດການລາວແດງບໍ່ສາມາດຂັດຂວາງ ນັກຂ່າວໜັງສືພີມອອສເຕຣເລັຽຕໍ່ໄປ ທ່ານ Christopher Kremmerຈິ່ງໄດ້ຮັບອະນຸຍາດໃຫ້ທ່ານເດີນທາງເຂົ້າໄປຍັງປະເທດລາວໃນທ້າຍປີ ຄ.ສ.໑໙໙໓.
    ຈຸດມຸ່ງໝາຍສຳຄັນທີ່ທ່ານຕ້ອງການຊອກຮູ້ ແມ່ນຊາຕາກັມ ຂອງພຣະບາດສົມເດັດພຣະເຈົ້າມະຫາຊິວິດລາວ
    ແລະພຣະບໍຣົມວົງສານຸວົງ ທີ່ຫາຍສາບສູນໄປແຕ່ປີ ຄ.ສ.໑໙໗໖ ອາສັຍໄຫວພິບຂອງນັກຂ່າວໜັງສືພິມ
    ຜູ້ມີປະສົບການ ທ່ານມີໂອກາດເຂົ້າພົບເຈົ້າສຸພານຸວົງ ທີ່ກຳລັງເຈັບໜັກທີ່ໂຮງປະທັບຄຸ້ມໂພນສະອາດແລະ
    ໃນໂອກາດນີ້ເອງທີ່ ເຈົ້າສຸພານຸວົງໄດ້ເປີດເຜີຍເຣື່ອງຣາວໂດຍລະອຽດ ກ່ຽວກັບການພົວພັນກັບວຽດນາມແລະ
    ສຸດທ້າຍໄດ້ຂໍຝາກວາຈາສຸດທ້າຍຜ່ານທ່ານໄປຍັງປະຊາຊົນລາວເຊິ່ງມີເນື້ອໃນໃຈຄວາມດັ່ງຕໍ່ໄປນີ້ :
    “ຍ້ອນຂ້າພະເຈົ້າ ບູຊາຄວາມສວຍງາມຂອງແມ່ຍິງ ຈິ່ງກາຍເປັນຄົນຫູໜວກຕາບອດໃນຊິວິດ”
    ມາບັດນີ້ ຂ້າພະເຈົ້າຈຶ່ງຮູ້ວ່າ ເປັນຄວາມຜິດຢ່າງໃຫຍ່ຫລວງໃນຊິວິດຂອງຂ້າພະເຈົ້າ”.
    ຂ້າພະເຈົ້າບໍ່ຄິດວ່າ ພວກວຽດມິນ ຈະມີພຶດຕິກັມໂຫດຮ້າຍເຖິງຂນາດນີ້ ຕໍ່ປະເທດຊາດແລະປະຊາຊົນລາວຂອງພວກຂ້າພະເຈົ້າ.
    ໃນຊ່ວງເວລາທີ່ຂ້າພະເຈົ້າໄປຮ່ວມມືກັບພວກວຽດມີນ ເພື່ອທຳການກູ້ຊາດນັ້ນ ໄດ້ສັນຍາວ່າ:
    “ເມື່ອໃດສົງຄາມຍຸຕິລົງ ຄົນວຽດນາມກໍຕ້ອງກັບເມື່ອຢູ່ປະເທດວຽດນາມ ຄົນລາວກໍຕ້ອງກັບເມື່ອຢູ່
    ປະເທດລາວ “ເຖິງວ່າ ສັນຍາມິຕພາບລາວ-ວຽດ ເປັນບ້ານພີ່ເມືອງນ້ອງກັນ ຍັງໃຊ້ໄດ້ຢູ່ກໍຕາມ.
    ຂ້າພະເຈົ້າບໍ່ຮູ້ວ່າ ເມື່ອໃດ ພວກເຂົາຈະເອົາຮ່າງກາຍຂອງຂ້າພະເຈົ້າໄປຈູດເຜົາ.ແຕ່ພຶດຕິກັມ
    ທີ່ພວກເຂົາເຈົ້າ ກະທຳຕໍ່ປະເທດຊາດຂອງພວກຂ້າພະເຈົ້ານັ້ນລຶບບໍ່ສູນກັບການຢຸດລົມຫາຍໃຈ ແລະການເຜົາສົບຂອງຂ້າພະເຈົ້າ.
    ກ່ອນນີ້ ຂ້າພະເຈົ້າບໍ່ສາມາດເວົ້າອອກມາ ມີແຕ່ປະປ່ອຍມັນໄວ້ຢູ່ເບື້ອງຫລັງທໍ່ນັ້ນ.
    ດັ່ງນັ້ນ ຕໍ່ໜ້າສະພາບການອັນຮ້າຍແຮງຂອງປະເທດຊາດບ້ານເມືອງລາວນີ້ ຂ້າພະເຈົ້າຂໍຮຽກຮ້ອງມາຍັງພີ່ນ້ອງຮ່ວມຊາດທັງຍີງຊາຍ ລູກຫລານທຸກຊົນຊາດຊົນເຜົ່າ ແລະຜູ້ຊົງຄຸນວຸດທິທັງຫລາຍທີ່ສຸຂພາບເຂັ້ມແຂງ ຈົ່ງມາຮ່ວມຈິດຮ່ວມໃຈກັນເຂົ້າເປັນອັນນຶ່ງອັນດຽວ ເພື່ອຊຳຣະລ້າງໂທດກັມຂອງຂ້າພະເຈົ້າ ທີ່ມີຕໍ່ປະເທດຊາດ ແລະປະຊາຊົນພົລເມືອງລາວດຽວນີ້ຂ້າພະເຈົ້າ ບໍ່ແມ່ນເປັນຜູ້ຮັກຊາດ ແລະເຮືອເພື່ອຜົນປະໂຍດໃຫ້ແກ່ປະຊາຊົນອີກແລ້ວ “ຍ້ອນຖືກພວກເຂົາຕົ້ມ”.
    ເມື່ອພວກລູກຫລານໄດ້ຍີນ ໄດ້ຟັງ ຫລືໄດ້ອ່ານຄຳຮຽກຮ້ອງນີ້ແລ້ວ ຈົ່ງຮີບຫັນປ່ຽນແນວຄິດຈິດໃຈໄປສູ່ທິດທາງໃໝ່
    ເພື່ອປົກປັກຮັກສາປະເທດຊາດ ແລະຊັບສົມບັດຂອງ ຊາດຂອງປະຊາຊົນ ສຳຄັນທີ່ສຸດແມ່ນ ຊິວິດຂອງຄວາມເປັນ
    ລາວໃວ້ໃຫ້ໝັ້ນຄົງ.”
    “ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ ໂດຍສະເພາະແມ່ນພວກອ້າຍເອື້ອຍນ້ອງ ແລະລູກຫລານທີ່ຢູ່ຕ່າງປະເທດ ແມ່ນເປັນຜູ້ຮັກຊາດແພງເຊື້ອຢ່າງແທ້ຈີງ ພວກເຈົ້າເຫັນການໄກ ແລະມີຄວາມຮູ້ ຄວາມສລາດສ່ອງຊອດ ຄວາມຮັກຊາດຂອງພວກເຈົ້ານັ້ນມີມາກຫລາຍ ພວກເຈົ້າຢ່າປະໃຫ້ປະເທດຊາດຕາຍ ,ສຳລັບພີ່ນ້ອງລູກຫລານທີ່ຢູ່ພາຍໃນປະເທດ ຕ້ອງຮີບປະຕິຮູບຕົວເອງ ແລ້ວກອດຮັດເຂົ້າກັນໃຫ້ແໜ້ນ ກ້າວເດີນໄປສູ່ທິດທາງໃໝ່ ພິເສດສຸດແມ່ນຕ້ອງເດີນໄປຕາມແນວຄິດ ຂອງພວກລູກຫລານທີ່ຢູ່ຕ່າງປະເທດຖ້າພວກເຈົ້າເຂົ້າໃຈສະພາບການບ້ານເມືອງດີ ແລະປະຕິບັດຕາມຄຳຮຽກຮ້ອງດັ່ງກ່າວ ພວກເຈົ້າຕ້ອງຢູ່ຢ່າງໝັ້ນຄົງ ແລະມີກຽດ.
    “ກ່ອນຂ້າພະເຈົ້າຈະສີ້ນຊີວີດໄປ ຂໍຝາກ ຄວາມຮຽກຮ້ອງນີ້ໄວ້ ໃຫ້ພີ່ນ້ອງຮ່ວມຊາດທັງຫລາຍ
    ຈົ່ງເອົາໃຈໃສ່ ສູ້ຊົນ ປະຕິບັດ “ຂ້າພະເຈົ້າເຊື່ອໝັ້ນວ່າ :
    “ປະເທດຂອງພວກເຮົາ ຈະຕ້ອງຢູ່ຢ່າງໝັ້ນຄົງ ເປັນປະເທດລາວຕໍ່ໄປ.”

This entry was posted in Uncategorized. Bookmark the permalink.