ຜຍາ “ແມວຈຳສີລ“ຈາກ ໂອກີ່ນ ຊຸມພົນພັກດີ

 

ສະບາຍດີ ທ່ານ ທີ່ ຮັກເເພງ ເເລະ ນັບຖື ທັງຫລາຍ
* * *
ຢູ່ ໃນ ທ້າຍ ຂອງ ປີ ໒໐໑໖ ປີ ນີ້
” ເຊີນ ອ່ານ ບັ້ງ ຜຍາ ລາວ ຫລື ພູມ ປັນຍາ ລາວ ”

ໃນ ນິທານ ” ນາງ ຕັນໄຕ ” ເຣຶ່ອງ ” ເເມວ ຈໍາສິລ ”
” Le chat et la pratique de l’éthique.”
” The cat and the practice of the ethics. ”
* * *
ຕາມ ຂໍ້ ສັງເກດ ທີ່ ໃຜຯ ກໍ ເຄີຍ ເຫັນມາ ໄດ້ ນັ້ນ ກໍ ຄື ວ່າ ຢູ່ ໃນ ກຸ່ມ ປະເທດ ທີ່ ມີ ຄວາມຈະເຣີນກ້າວຫນ້າ ທາງ ຝ່າຍ ຕາເວັນຕົກ ຄື ຢູ່ ໃນ ເເຫ່ງ ທີ່ ມີ ເສຣີພາບ ເເລະ ປະຊາທິປະຕັຍ ເເລະ ມີ ສິດທິ ຂອງ ມະນຸດ ເເທ້ ນັ້ນ / ເຮົາຈະ ເຫັນ ວ່າ ຢູ່ ໃນ ທ້າຍ ປີ ຂອງ ທຸກຯ ປີ ຄື ວ່າ ກ່ອນ ຈະ ຮອດ ບຸນ ໂນເເອນ ເເລະ ກ່ອນ ຈະ ຮອດ ບຸນ ປີໃຫມ່ ສາກົນ ນັ້ນ/ ເຮົາ ກໍ ມັກ ຈະ ເຫັນ ໄດ້ ວ່າ ” ຢູ່ ໃນ ດ້ານ ສິລປະ ທາງ ພາພຍົນ ຫລື ສິລປະ ລໍາດັບ ທີ ໗ ນັ້ນ ” ( ການຂີດຂຽນ ບົດກອນ ເເມ່ນ ສິລປະ ລໍາດັບ ທີ ໕- ຕາມ ທາງ ສາກົນ ນິຍົມ ໃຊ້ ກ່າວ) ທາງ ບໍຣິສັດ ສ້າງ ພາພຍົນ ໃຫຍ່ຯ ຢູ່ ໃນ ໂລກ ນີ້ ກໍ ມັກ ຈະ ຊອກຫາ ທາງ ສ້າງ ພາພຍົນ ເຣຶ່ອງ ໃຫມ່ຯ ອອກມາ ສູ່ ສາຍຕາ ຂອງ ມະຫາຊົນ ຢູ່ ສເມີ ໄປ ເເລະ ຢູ່ ໃນ ຈໍານວນ ນັ້ນ ມັນ ກໍ ມີ ເຣຶ່ອງ ກາຕູນ ຮູບເເຕ້ມ ມ່ວນ ເຮຮາ ເເລະ ສນຸກສນານ ສໍາລັບ ພວກ ເດັກນ້ອຍ ທີ່ ເກີດໃຫມ່ໃຫຍ່ລຸນ/ ສ່ວນ ໃຫຍ່ ກໍ ເປັນ ເຣຶ່ອງ ທີ່ ພາໃຫ້ ເກີດ ມີ ຄວາມດີໃຈ ເເລະ ພວກ ເດັກນ້ອຍ ກໍ ຈະ ໄດ້ ພົບ ເຫັນ ເຣຶ່ອງ ມ່ວນຊື່ນ ເເລະ ສວຍງາມ ອັນ ທີ່ ມີ ຄວາມສລາດຫລັກເເຫລມ ເປັນ ບົດຮຽນ ປົນ ຢູ ໃນ ເຣຶ່ອງ ພາພຍົນ ທີ່ ຕົນ ໄດ້ ເບິ່ງ ເເລ້ວ ນັ້ນ ກ່າວ ເຖິງ ເປີງ ປາງກ່ອນ ຢູ່ ໃນ ປະເທດຊາດ ບ້ານເມືອງ ຂອງ ລາວ ເຮົາ ນັ້ນ ປູ່ຍ່າຕາຍາຍ ເເລະ ພໍ່ ເເມ່ ຂອງ ຊາວລາວ ເຮົາ ເພິ່ນ ກໍ ມີ ນິທານ ເລົ່າ ສູ່ ພວກ ເດັກນ້ອຍ ຟັງ ສເມີມາ ຢູ່ ຄື ກັນ / ເເລະ ຢູ່ ໃນ ຈໍານວນ ນິທານ ຕ່າງຯ ນີ້ ມັນ ກໍ ມີ ທັງ ນິທານ ຕລົກຕລອກ / ມີ ທັງ ນິທານ ຜີ ພາໃຫ້ ຢ້ານກົວ / ຄື ນິທານ ກ້ອມ ເເລະ ກໍ ຍັງ ມີ ທັງ ມີ ນິທານ ເຣຶ່ອງ ຍາວ ອີກຕື່ມ ຊຶ່ງ ທັງຫມົດ ນີ້ ກໍ ເເມ່ນ ໄດ້ ຖືກ ຈັດ ຮວມເຂົ້າກັນ ທີ່ ເພິ່ນ ຮັກສາ ເອົາໄວ້ຢູ່ ໃນ ຫໍ ສມຸດ ຢູ່ ກົມວັນນະຄະດີລາວ ສະນັ້ນ ຢູ່ ໃນ ທ້າຍ ຂອງ ປີ ໒໐໑໖ ຂ້າພະເຈົ້າ ຈຶ່ງ ມີ ຄວາມຍິນດີ ນໍາເອົາ ນິທານລາວ ເຣຶ່ອງ ນາງ ຕັນໄຕ ນີ້ ມາ ຂໍ ເເອບ ເເປ ເປັນ ພາສາ ຝລັ່ງ ເເລະ
ເປັນ ພາສາ ອັງກິດ ເພື່ອ ຊ່ວຍ ໃຫ້ ເດັກນ້ອຍ ລາວ ທີ່ ເກີດ ຢູ່ ໃນ ປະເທດ ຫລື ເກີດ ຢູ່ ນອກ ປະເທດ ນັ້ນ ໄດ້ ອ່ານ ເເລະ ໄດ້ ຮູ້ຈັກ ນິທານລາວ ທີ່ ບັນພະບູຣຸດ ລາວ ໄດ້ ຂີດຂຽນ ຝາກ ໄວ້ ໃຫ້ ເຮົາ ໄດ້ ອ່ານ ເເລະ ໄດ້ ເລົ່າ ສືບຕໍ່ ກັນ ໄປ ອີກ ຢູ່ ຢ່າງ ຍາວນານ ເເລະ ເມື່ອ ສາມາດ ເຂົ້າໃຈ ຄວາມເລິກເເລບ ຂອງ ມັນ ໄດ້ ປັນຍາ ເເລະ ຄວາມສລາດຫລັກເເຫລມ ອັນ ເລິກເເລບ ທີ່ ມີ ຝັງ ໄວ້ ຢູ່ ໃນ ໃຈ ຂອງ ລາວ ເຮົາ ນັ້ນ ກໍ ຈະ ໂພ່ ຂຶ້ນມາ ເອງ / ເເລະ ຢູ່ ໃນ ເບື້ອງຕົ້ນ ນັ້ນ ກໍ ຈະ ເເມ່ນ ” ຕົວ ສະຕິສັມປະຊັນຍະ ນັ້ນ ເອງ ທີ່ ຈະ ໂພ່ ຂຶ້ນ ມາ / ສະຕິ ເເມ່ນ ຄວາມຣະລຶກ ໄດ້ ຫລື ສໍານຶກຕົວ ໄດ້ ຄື ວ່າ ຍັງ ບໍ່ ລືມ ກໍ ວ່າ ໄດ້ / ສ່ວນ ວ່າ ສັມປະຊັນຍະ ນັ້ນ ກໍ ໄດ້ ເເກ່ ການຮູ້ທັນ / ສະຕິສັມປະຊັນຍະ ເເປ ໄດ້ ວ່າ ” ຮູ້ ເເລະ ບໍ່ ລືມ / ບໍ່ ລືມ ຄວາມດີ ເເລະ ຮູ້ ຄວາມດີ / ຮູ້ ວ່າ ໃຜ ເຮັດ ດີ ເເທ້ ທໍາ ດີ ເເທ້ / ຮູ້ ວ່າ ໃຜ ທໍາ ຊົ່ວ ເເລະ ເຮັດ ຊົ່ວ ເເທ້ ພ້ອມ ຍັງ ຮູ້ ຊອກຫາ ຊ່ອງທາງ ປ້ອງກັນ ຕົວ ເເລະ ຮູ້ ວິທີທາງ ຫາ ກໍາຈັດປັດເຄັ່ຽ ຄວາມ ບໍ່ ດີ ຫລື ບໍ່ ຖືກຕ້ອງ ນັ້ນ ອອກໄປ ດ້ວຍ ຕົນ ເອງ ໄດ້ ” ບໍ່ ລືມ ນິທານ ເເມ່ນ ຕົວ ສະຕິ / ເຂົ້າໃຈ ຄວາມເລິກເເລບ ຂອງ ນິທານ ເເລະ ຮູ້ ເເກ້ໄຂ ສະພາບ ທັນ ເເມ່ນ ສັມປະຊັນຍະ /
ສະນັ້ນ ເມື່ອ ໄດ້ ຟັງ ນິທານ ເເລ້ວ ກໍ ຈະ ຈື່ ເເລະ ບໍ່ ລືມ ນິທານ ເເລະ ມັນ ກໍ ຍັງ ຈະ ຊ່ວຍ ໃຫ້ ຜູ້ ຈື່ຈໍາ ມັນ ໄດ້ ນັ້ນ ໄດ້ ນໍາເອົາມາຕຶກນຶກຄິດ ວິຕົກວິຈານ ໃຫ້ ເກີດ ປໂຍດ ໄດ້ ດີ ຄືກັນ

* * *
ສາຣະບານ
ກ/ ກ່າວ ທົ່ວໄປ
ຂ/ ເຂົ້າໃຈ ງ່າຍຯ ໃນ ຄໍາ ວ່າ ສິລ
ຄ/ ນິທານ ນາງ ຕັນໄຕ ເຣຶ່ອງ ” ເເມວ ຈໍາ ສິລ ”
໑/ ເປັນ ພາສາລາວ
໒/ ເປັນ ພາສາ ຝລັ່ງ / ” Le chat et la pratique de
l’éthique.”
໓/ ເປັນ ພາສາ ອັງກິດ / ” The cat and the practice of the ethics. ”
ຄໍາມ້ວນທ້າຍ
* * *
ກ/ ກ່າວ ທົ່ວໄປ
” ເຊີນ ອ່ານ ບັ້ງ ຜຍາ ລາວ ຫລື ພູມ ປັນຍາ ລາວ ”

ໃນ ນິທານ ” ນາງ ຕັນໄຕ ” ເຣຶ່ອງ ” ເເມວ ຈໍາສິລ ”

ຫລື ເຣຶ່ອງ ” ພວກ ຫນູ ມັນ ຮູ້ ດຽງສາ ມັນ ມີ ສະຕິ ຮູ້ຄວາມ ”

* ຕະນະ ຫລື ເເກ້ວ ( ຕັນ ) / ໄຕຣ ຫລື ສາມ ( ໄຕ )

ນາງ ຕັນໄຕ ເປັນ ເຣຶ່ອງ ປະເສີດ ຍິ່ງ ຟັງ ເເລ້ວ ໄດ້ ສະຕິປັນຍາ

ນິທານ ນາງ ຕັນໄຕ ເປັນ ເຣຶ່ອງ ທີ່ ຜູ້ ຂີດຂຽນ ໄດ້ ຂຽນ ເຣຶ່ອງ ໂດຍ ອີງ ໃສ່ ຄໍາສອນ ຂອງ ພຣະພຸທອົງ ເເຕ່ ສໍາຄັນ ທີ່ ສຸດ ນັ້ນ ກໍ ເເມ່ນ ວ່າ ເຣຶ່ອງ ທີ່ ປະກອບ ເຂົ້າ ກັບ ນິທານ ນັ້ນ ມັນ ເເມ່ນ ເຣຶ່ອງ ຂອງ ລາວ ເເທ້ ທີ່ ປູ່ຍ່າຕາຍາຍ ຂອງ ລາວ ເຮົາ ໄດ້ ເຄີຍ ເລົ່າ ສູ່ ກັນ ຟັງ ມາ ເເລ້ວ ຕັ້ງເເຕ່ ຄັ້ງ ກ່ອນເກົ່າ / ຢູ່ ໃນ ນິທານ ເຣຶ່ອງ ນາງ ຕັນໄຕ ນີ້ ຜູ້ ຂຽນ ໄດ້ ໃຊ້ ຄໍາສັບ ປາລີ ຢູ່ ຫລາຍ ເເຫ່ງ / ເເລະ ການ ໃສ່ ຊື່ ສັດ ເເລະ ການໃສ່ ຊື່ ບ້ານເມືອງ ກໍ ຄ້າຍ ຄື ຢູ່ ປະເທດ ອິນເດັຽ ກໍ ມີ / ວິທີ ເລົ່າ ນິທານ ນັ້ນ ກໍ ເປັນ ຄື ຮູບ ທີ່ ມີ ຢູ່ ໃນ ນິທານ ຊາດົກ / ມັນ ເປັນ ຄໍາສອນ ທີ່ ມີ ສຸພາສິດ ມັນ ເປັນ ເຣຶ່ອງ ຂອງ ສັດ ທີ່ ລາວ ເຮົາ ຊ່າງ ຮູ້ ສັງເກດ ເຫັນ ເອົາ ໄດ້ ດ້ວຍ ຄົນ ລາວ ເຮົາ ເອງ ເເລ້ວ ກໍ ຍົກເອົາ ເຣຶ່ອງ ທີ່ ຕົນ ສັງເກດ ເຫັນ ໄດ້ ຢູ່ ຕາມ ທັມມະຊາດ ນັ້ນ ຂຶ້ນມາ ຂຽນ ໃຫ້ ເປັນ ທັມມະ ເເລະ ໃຫ້ ເປັນ ນິທານລາວ / ຢູ່ ໃນ ນີ້ ບໍ່ ໄດ້ ບົ່ງບອກ ຊື່ ຂອງ ຜູ້ ຂຽນ ເເຕ່ ເມື່ອ ອ່ານ ເບິ່ງ ຄັກຯ ເເລ້ວ ຜູ້ ຂຽນ ກໍ ຄົງ ຈະ ເຊື່ອງຊ້ອນ ຊື່ ໄວ້ ຢູ່ ໃນ ນິທານ ນັ້ນ ເອງ ກໍ ໄດ້ /
ເຈົ້າພະຍາ ຢູ່ ໃນ ເຣຶ່ອງ ນາງ ຕັນໄຕ ນີ້ ເພິ່ນ ມີ ຊື່ ວ່າ ”ຈັນທະເສນ” ເມື່ອ ເຮົາ ມາ ຊອກ ຮູ້ ເບິ່ງ ຢ່າງ ຄັກເເນ່ ເເລ້ວ ຊື່ ” ຈັນທະເສນ ” ນີ້ ກໍ ຄົງ ເເມ່ນ ຊື່ ພຣະມະຫາກະສັດ ລາວ ຊື່ ເຈົ້າ ນັນທະເສນ ນັ້ນ ກໍ ເປັນ ໄດ້
ຈົ່ງ ພາກັນ ອ່ານ ພົງສາວະດານລາວ ເພື່ອ ໃຫ້ ຮູ້ ຣັຊການ ຂອງ ເຈົ້າ ນັນທະເສນ
* * *
ຂ/ ເຂົ້າໃຈ ງ່າຍຯ ໃນ ຄໍາ ວ່າ ສິລ
ນິທານ ນາງ ຕັນໄຕ ເຣຶ່ອງ ” ເເມວ ຈໍາ ສິລ ”

Nithān Nang Tan tay ” Le chat et la pratique de

l’éthique.”

Nithān Nang Tan tay ” The cat and the practice of the ethics. ”
* * *

ເຂົ້າໃຈ ງ່າຍຯ ໃນ ຄໍາ ວ່າ ສິລ ກ່ອນ ຈະ ໄປ ເຂົ້າໃຈ ນິທານ ເຣຶ່ອງ ເເມວ ຈໍາສິນ

ສິນ (ສິລ ) ໄດ້ ເເກ່ ຄວາມເປັນ ປົກຕິ ຫລື ຄວາມງົດເວັ້ນ ຫລື ຄວາມຮຽບຮ້ອຍ

ສິລ ໄດ້ ເເກ່ ການຮູ້ ດຽງສາ ( ຮູ້ຄວາມ) / ສິລ ເເມ່ນ ການມີ ສະຕິປັນຍາ ຄວາມຄຸມ ກາຍ ວາຈາ ໃຈ / ສິລ ເເມ່ນ ຄວາມຮຽບຮ້ອຍ ດີ ງາມ / ສິລ ເເມ່ນ ການຮູ້ ນັບຖື ສິດ ຂອງ ຕົນເອງ ເເລະ ນັບຖື ສິດ ຂອງ ຜູ່ ອື່ນ / ສິລ ເເມ່ນ ການຮູ້ ເເບ່ງປັນ /

ສິລ ເເມ່ນ ຄວາມງົດເວັ້ນ ຈາກ ຄວາມບໍ່ ຮຽບຮ້ອຍ ທາງ ກາຍ ວາຈາ ໃຈ / ສິລ ເເມ່ນ ຄວາມປະພຶດ ອັນ ດີ ງາມ ທາງ ຂັນ ຫ້າ ຫລື ກາຍໃຈ ຫລື ກາຍ ເວທະນາ ສັນຍາ ສັງຂານ ວິນຍານ/

ຄໍາເວົ້າ ອັນ ງົດງາມ ຂອງ ລາວ ເຮົາ ທີ່ ວ່າ ” ຄວາມເປັນ ຣະບຽບຮຽບຮ້ອຍ ນັ້ນ ກໍ ຄື ສິລ ນັ້ນ ເອງ ” ການຈັດ ຄວາມງາມ ໃຫ້ ມີ ໄດ້ ຢູ່ ໃນ ເຮືອນຊານບ້ານຊ່ອງ / ການມ້ຽນ ສິ່ງຂອງ / ການຈັດ ຮູບ ການປົກຄອງ ບ້ານຊ່ອງ ໃຫ້ ເປັນ ຮູບ ສິລປະ ຢ່າງ ງົດງາມ ຂຶ້ນ ໄດ້ ນັ້ນ ກໍ ເປັນ ຮຽກ ວ່າ ສິລ / ການຮູ້ ວາງ ມາຣະຍາດວາດຊົງ ການມີ ກິຣິຍາທ່າທາງ ອັນ ຈົບງາມ ນັ້ນ ກໍ ເເມ່ນ ສິລ ຄື ກັນ….

ເມື່ອ ເຮົາ ເຂົ້າໃຈ ສິລ ໄດ້ ຢ່າງ ນີ້ ເຮົາ ກໍ ບໍ່ ຈໍາເປັນ ທີ່ ຈະ ໄປ ຊອກຫາ ນັບ ສິລ ຈົນ ໄປ ຮອດ ” ສິລ ໕ / ສິລ ໘ / ສິລ ໒໔໗ /”

ເເຕ່ ເມື່ອ ຕົນ ມີ ຈຸດ ປະສົງ ຈະ ບັນລຸເຖິງ ເສັ້ນທາງ ສູ່ ນິບພານ ເເລ້ວ ” ສິລ ໕/ ສິລ ໘ / ສິລ ໒໔໗ / ” ນັ້ນ ກໍ ຍ່ອມ ເປັນ ທັມມະ ທີ່ ມີ ຄວາມສໍາຄັນ ຍິ່ງ ເພາະ ມັນ ເປັນ ທັມມະ ທີ່ ຮ່ວມ ຢູ່ ໃນ ສິລ ສະມາທິ ປັນຍາ ຕາມ ພຣະທັມຄໍາສອນ ຂອງພຣະພຸທອົງເຈົ້າກ່ອນ ຈະ ເຂົ້າໃຈ ນິທານ ເຣຶ່ອງ ເເມວ ຈໍາສິນ ເເທ້ ຫລື ບໍ່ ຈໍາສິນ ເເທ້ ເຮົາ ກໍ ຍ່ອມ ຮູ້ ຄໍາ ອະທິບາຍ ສັ້ນຯ ຕາມ ທີ່ ໄດ້ ກ່າວ ມາ ເເລ້ວ ນີ້ ໃຫ້ ເເຈ້ງ / ເມື່ອ ເຮົາ ເຂົ້າໃຈ ເຣຶ່ອງ ເເມວ ຢູ່ ໃນ ເຣຶ່ອງ ນີ້ ໄດ້ ເຮົາ ກໍ ຈະ ສາມາດ ເຂົ້າໃຈ ເຣຶ່ອງ ຂອງ ຄົນ ໄດ້ ເຊັ່ນດຽວ ກັນ/

ຢູ່ ໃນ ນິທານ ເຣຶ່ອງ ນີ້ ” ພວກ ຫນູ ມັນ ຮູ້ ດຽງສາ ມັນ ມີ ສະຕິ ຮູ້ຄວາມ ” ພວກ ມັນ ຮູ້ ສັງເກດ ຮູ້ ພິຈາຣະນາ ຮູ້ ຊອກ ພິສູດ ຄວາມຈິງ ເເລະ ຄວາມ ບໍ່ ຈິງ ດ້ວຍ ຕາ ເເລະ ປັນຍາ ຂອງ ມັນ ເອງ / ຕາ ກໍ ມີ ສະຕິ / ຫູ ກໍ ມີ ສະຕິ / ດັງ ກໍ ມີ ສະຕິ / ລີ້ນ ກໍ ມີ ສະຕິ / ການຈັບບາຍ ກໍ ມີ ສະຕິ / ຢູ່ ໃນ ຄວາມນຶກຄິດ ກໍ ມີ ສະຕິ ຮ່ວມທາງ ໄປ ນໍາ / ພວກ ຫນູ ມັນ ຊ່າງ ໂຮມ ເເຮງ ໂຮມ ໃຈ ກັນ/ ພວກ ມັນ ຮູ້ ສໍາຣວມ ໂຮມ ອະວັຍວະ ຫລື ອາຍາຕະນະ ທັງຫົກ ໄດ້ / ມັນ ຮູ້ ໂຮມ ໃຈ ກັນ ຊ່າງ ສັງ ເກດ ເບິ່ງ ເເມວ ທີ່ ໃຊ້ ນະໂຍບາຍ ມາ ຫລອກລວງ ຕົ້ມເເກງ ພວກ ມັນ / ຕັ້ງ ເເຕ່ ຫນູ ກໍ ຍັງ ຮູ້ ກໍານົດ ຮູ້ ເຣຶ່ອງ ທີ່ ເປັນ ອັນຕຣາຍ ຕໍ່ ເຊື້ອສາຍ ຂອງ ມັນ / ພວກ ມັນ ຮູ້ ກໍານົດ ເຣຶ່ອງລາວ / ຮູ້ ກໍານົດ ເຣຶ່ອງ ໄດ້ ກໍ ເເມ່ນ ການມີ ສະຕິ ເເລະ ການຮູ້ ເຣຶ້ອງ ທີ່ ຕົນ ຍົກ ຂຶ້ນ ມາ ກໍານົດ ນັ້ນ ກໍ ໄດ້ ເເກ່ ສັມປະຊັນຍະ ນັ້ນ ເອງ

ຄ/ ນິທານ ນາງ ຕັນໄຕ ເຣຶ່ອງ ” ເເມວ ຈໍາສິລ ”

໑/ ພາສາລາວ

ເເຕ່ ປາງກ່ອນ ມີ ອາສົມ ຫລັງ ນຶ່ງ ຢູ່ ໃກ້ ຝັ່ງ ນໍ້າ ນິມມາ ນາທີ ເເມວ ຕົວ ນຶ່ງ ຊື່ ລຸດທາ ເຂົ້າໄປ ອາສັຍ ຢູ່ ຫັ້ນ ເເມວ ຕົວ ນັ້ນ ເອົາ ພາຊະນະ ເກົ່າ ກົ້ນໂລ່ງ ອັນ ນຶ່ງ ສຸບ ຄໍ ໄວ້ ທໍາ ອຸບາຍ ເຫມືອນດັ່ງ ຈໍາສິນ ດ້ວຍ ມັນ ຄະນິງ ໃນ ໃຈ ວ່າ ກູ ທໍາ ອາການ ຢ່າງ ນີ້ ຈັກ ໄດ້ ກິນ ອາຫານ ເເນ່ນອນ ຄັ້ງ ນັ້ນ ຫນູ ທັງຫລາຍ ມາ ເຫັນ ເເມວ ທໍາ ອາການ ເຫມືອນ ດັ່ງ ຈໍາສິນດັ່ງ ນີ້ ຈຶ່ງ ຮ້ອງ ຖາມ ຢູ່ ໄກຯ ວ່າ:” ລຸງ ເເມວ ເຫດ ໃດ ທ່ານ ຈຶ່ງ ມາ ທໍາ ອາການ ຢືນ ສງົບ ຢູ່ ຢ່າງ ນີ້ ບໍ່ ອອກທ່ຽວ ຫາ ອາຫານ ກິນ?

ເເມວ ຕອບ ວ່າ:”ດູລາ ຫລານ ທັງຫລາຍ ສູ ທັງຫລາຍ ຈົ່ງ ຟັງ ລຸງ ເວົ້າ ກ່ອນ ຄື:” ເເຕ່ ກ່ອນ ເມື່ອ ລຸງ ຍັງ ຫນຸ່ມເເຫນ້ນ ໄດ້ ທໍາ ບາບ ມາ ເປັນ ອັນ ມາກ / ປະຫານ ຫນູ ກິນ ເປັນ ອາຫານ ວັນ ລະ ຫລາຍຯ ຕົວ / ມາ ບັດນີ້ ລຸງ ໄດ້ ຟັງ ທັມມະ ຣືສີ / ເພິ່ນ ສອນ ໃຫ້ ລຸງ ລະເວັ້ນ ຈາກ ບາບ ລຸງ ຈຶ່ງ ໄດ້ ຮັກສາ ສິນ ເວັ້ນຈາກ ມັງສາຫານ ຄື ຊີ້ນ ເເລະ ປາ ຕັ້ງເເຕ່ ວັນ ນັ້ນ ມາ ເຖິງ ທຸກ ວັນ ນີ້ /ລຸງ ບໍຣິໂພກ ເເຕ່ ຫມາກໄມ້ ເປັນ ອາຫານ ເເລະ ໄດ້ ສະມາທານ ສິນ ( ຂໍ ຮັບ ເອົາ ) ເປັນ ອາຈິນນະວັດ ປະຕິບັດ ທັມ /ເພື່ອ ຄວາມສຸກ ໃນ ຊົ່ວຊາດ ນີ້ ເເລະ ຊົ່ວຫນ້າ / ລຸງ ມາ ຈະເຣີນ ທັມ ຢູ່ ໃນ ອາສົມ ນີ້ ກໍ ເພື່ອ ສອນ ສູ ທັງຫລາຍ ໃຫ້ ຕັ້ງຢູ່ ໃນ ຄອງ ທັມມະຈະຣິຍາ ດັ່ງ ນັ້ນ ລູກຫລານ ທັງຫລາຍ ຈົ່ງ ພາກັນ ມາ ຟັງ ຄໍາ ເເນະນໍາ ຂອງ ລຸງ ເເຕ່ ວ່າ ເວລາ ຈະ ມາ ຈົ່ງ ມາ ພ້ອມພຽງຮຽງຫນ້າ ກັນ /ຢ່າ ຫລອນໄປ ຫລອນ ມາ ຕົວນຶ່ງຕົວດຽວ ເພາະ ຖ້າ ມີ ຄວາມເສັຽຫາຍ ເກີດຂຶ້ນ ສູ ທັງຫລາຍ ອາດ ສົງສັຍ ລຸງ ໄດ້/
ຫນູ ທັງຫລາຍ ໄດ້ ຟັງ ຄໍາ ດັ່ງ ນັ້ນ ກໍ ໃສ່ໃຈ ວ່າ ‘ ເເມວ ມີ ສິນ ບໍຣິສຸດ ເເທ້ ‘ຈຶ່ງ ພາກັນ ມາ ອຸບປະຖາກ ຟັງ ຄໍາສອນ ທຸກຯ ວັນ ເວລາ ອອກໄປ ຫນູ ຕົວ ໃດ ຢູ່ ລຸນ ຫລັງ ເເມວ ກໍ ຈັບ ກິນ ເປັນ ອາຫານ ເສັຽ /
ການເປັນມາ ດັ່ງ ນີ້ ເຫິງນານ ຈົນ ຫນູ ບົກບາງ ໄປ ເປັນ ອັນ ມາກ / ພວກ ຫນູ ທັງຫລາຍ ບໍ່ ເຫັນ ລູກຫລານ ຂອງ ຕົນ ກໍ ພາກັນ ໂສກັນ ວ່າ ‘ ຈັ່ງ ໃດຯ ກໍ ຕ້ອງ ເເມ່ນ ເເມວ ລັກ ກິນ ເປັນ ເເທ້/
ຄາວ ນັ້ນ ຫນູ ທັງຫລາຍ ຈຶ່ງ ເເຕ່ງ ໃຫ້ ຫນູ ຕົວ ນຶ່ງ ຊື່ ທັດສະນີ ໄປ ສັງເກດ ເບິ່ງ ບ່ອນ ເເມວ ຂີ້ / ທັດສະນີ ໄປ ເຫັນ ຂີ້ ເເມວ ມີ ເເຕ່ ຂົນ ຫນູ / ຈຶ່ງ ເອົາມາ ໃຫ້ ຫມູ່ ພີ່ນ້ອງ ເບິ່ງ ພ້ອມ ກັບ ບອກ ຫມູ່ຄູ່ ວ່າ ” ດູລາ ຊາວ ເຮົາ ເຈົ້າ ຂ້ອຍ ທັງ ຫລາຍຖ້ອຍ ຄໍາ ທີ່ ລຸງ ເເມວ ເວົ້າ ຍ້ອງຍໍ ຄຸນ ຂອງ ຕົນ ວ່າ ‘ ຕົນ ກິນ ເເຕ່ ລູກໄມ້ ຫົວມັນ ເປັນ ອາຫານ ນັ້ນ ເປັນ ຄໍາເວົ້າ ເປົ່າດາຍ ບັດນີ້ ກາຍ ຂອງ ເເມວ ອ້ວນພີດີຫນັກ ເບິ່ງ ເເມ! ຂີ້ ຂອງ ລຸງ ເເມວ ມີ ເເຕ່ ຂົນ ຫນູ ”

ດ້ວຍ ເຫດ ນັ້ນ ເພີ່ນ ຈຶ່ງ ສອນ ວ່າ ” ຜູ້ ມີ ປັນຍາ ບໍ່ ຄວນ ທໍາ ຄວາມຄຸ້ນເຄີຍ ສນິດສນົມ ( ໄວ້ ເນື້ອເຊື່ອໃຈ ) ໃນ ບຸກຄົນ ຜູ້ ທີ່ ມີ ຄວາມປະພຶດ ຊົ່ວ ມາ ເເຕ່ກ່ອນ /ເຖິງ ເເມ່ນ ພາຍລຸນ ມາ ເຂົາ ຈະ ໄດ້ ປະພຶດ ອຸບປະກາລະຄຸນ ກໍ ຕາມ ”

* * *
໒/ En Version française.
” Le chat et la pratique de l’éthique.”
* * *
Il y avait jadis un ermitage situé au bord de la rive du fleuve Nimma . Un chat dénommé Loutha se réfugiait au -dedans. Le susdit chat, rusé , se para d’un vieux fragment d’étoffe troué autour de son cou pour se déguiser comme un vrai pratiquant de la conduite juste; et en ce sens, il pensait qu’il pouvait, à coup sûr, manger son repas à sa guise!

A ce moment -là, toute la famille souris constatait que le chat avait une conduite morale pratiquement correcte.

Non loin de là, les souris s’adressaient ainsi au chat:” Oncle chat, comment ça se fait-il que vous restez calme comme ça, sans bouger? et vous ne sortez même pas chercher de quoi manger!

Et le chat leur répondait:” Ecoutez ceci , chers petits enfants: Auparavant, lorsque j’étais encore jeune et agile, j’ai commis beaucoup de mauvaises actions; par jour, je tuais beaucoup de souris pour mon repas. A présent, j’écoute, à présent, la leçon morale ( le dhamma/ ທັມມະ ) d’un ascète (rishi/ຣືສີ); il m’enseigne à ne plus faire une mauvaise action; c’est pour cette raison que j’observe cette bonne conduite; à partir de ce jour, jusqu’à maintenant, j’évite de manger de la viande et des poissons; pour mon repas, je ne mange que des fruits; j’ai pris ce précepte ethique comme principe et je dois le mettre en pratique pour le bonheur dans cette vie et aussi pour la vie future. Si je viens pratiquer ce principe dans cet ermitage, c’est parce que je voudrais que vous soyez sur un bon chemin; et par conséquent, il faut que tous les enfants et les petits enfants viennent écouter mes conseils; tout le monde doit venir écouter mon principe; vous devez venir me voir tous en même temps; ne cherchez pas à venir me voir individuellement et discrètement parce que, sinon, en cas de problème grave, vous pourriez avoir un mauvais doute à mon égard ”.
Les souris écoutaient attentivement cette bonne parole de l’oncle chat, et puis elles se disaient entre elles ” le chat a vraiment une conduite correcte ”; et finalement, elles décidaient de soutenir l’action de l’oncle chat; tous les jours, elles venaient écouter ses bonnes leçons. Et hélas! toutes les souris qui tardaient à partir, avaient été attrapées et dévorées par l’oncle chat.
Et cela dura un certain temps; par conséquent, le nombre de souris avait beaucoup diminué; les parents des souris ne voyaient pas leurs descendants revenir; ils s’inquiétaient et arrivaient à tirer ensemble cette conclusion: ” c’est sûrement le chat qui dévore en cachette nos congénères! ‘

Après quoi, les souris chosirent un réprésentant; il s’appellait Thassani; il avait pour mission d’aller observer l’endroit où le chat faisait ses besoins.Thassani a constaté que , dans les selles de chat, il y avait des poils de souris; il prit une miette pour la montrer à ses proches en informant ses compagnons ” Ecoutez- moi bien, vous tous et nous tous!

” La parole apologétique et séduisante de l’oncle chat, concernant ses propres qualités, en se disant qu’il ne mangeait que des fruits comme nourriture, était vide de sens ( incohérence, insignifiance); regardez bien, maintenant le corps du chat devient gros; sur ses déjections, il n’y a que des poils de souris! ”

Voici donc la moralité de cette histoire :” le sage ne doit pas être intime avec celui qui a déjà fait ,dans le passé, des actions funestes et même si après il nous semble plus convivial ( accueillant, amical, sympatique ).
* * * *
໓/ En version anglaise.
* * *
” The cat and the practice of the ethics. ”
* * *
There was once a hermitage on the bank of the river Nimma. A cat called Loutha took refuge inside. The aforementioned cat, crafty, adorned himself with an old piece of cloth hung round his neck to disguise himself as a true practitioner of righteous conduct; And in this sense he thought that he could certainly eat his meal as he pleased!
At that time, the whole mouse family noticed that the cat had a virtually correct moral conduct.
Not far from there, the mice addressed themselves to the cat: ” Uncle cat, how is it that you remain calm like this, without moving? And you do not even go out to find something to eat!
And the cat answered them, “Listen to this, dear little children: Before, when I was still young and agile, I did many evil deeds; Per day, I killed a lot of mice for my meal. Now I am listening to the moral lesson (dhamma / ທັມມະ) of an ascetic (rishi / ຣືສີ); He taught me not to do an evil deed; It is for this reason that I observe this good conduct; From that day until now I avoided eating meat and fish; For my meal I eat only fruit; I took this ethical precept as a principle and I must put it into practice for happiness in this life and also for the future life. If I come to practice this principle in this hermitage, it is because I wish you were on a good road; And therefore all children and grandchildren must listen to my advice; Everyone must listen to my principle; You must come to see me all at the same time; Do not try to come to see me individually and discreetly because otherwise, if you have a serious problem, you may have a bad feeling about me. ”
The mice listened attentively to the good word of the cat’s uncle, and then they said to each other, ‘The cat really has a Correct driving “; And finally, they decided to support the action of the cat’s uncle; Every day they came to listen to her good lessons. And alas! All the mice who were late to leave, had been caught and devoured by the cat’s uncle.
And it lasted for a while; Consequently, the number of mice had greatly diminished; The parents of the mice did not see their descendants return; They were worried and managed to draw together this conclusion: “It is surely the cat that devours our fellows in secret! ‘
After that, the mice will choose a representative; His name was Thassani; He had the mission of going to observe the place where the cat was in need. Thassani found that in the cat’s stool there were mouse hair; He took a crumb to show it to his relatives by informing his companions ” Listen to me, you and all of us!
“The apologetic and seductive words of the cat’s uncle, regarding his own qualities, saying that he ate only fruits as food, was void of meaning (incoherence, insignificance);
Look well, now the body of the cat becomes fat; On his dejections there are only hairs of mouse! ”
Here thus the morality of this history: ” the wise one should not be intimate with that which already made, in the past, of the disastrous actions and even if after it seems more convivial to us (accessible, friendly, nice).
* * *
ຄໍາມ້ວນທ້າຍ
ປວງ ປະຊາຊົນລາວ ເຮົາ ຢູ່ ໃນ ຍຸກ ປັດຈຸບັນ ນີ້ ຍ່ອມ ຊ່ວຍກັນ ຄົ້ນຄົ້ວ ວັນນະຄະດີ ລາວ ໃຫ້ ຮູ້ ຢ່າງ ເລິກເຊິ່ງ / ການຮູ້ ຄໍາເວົ້າ ເລິກ ຫລື ຮູ້ ເຣຶ່ອງ ຄວາມເປັນມາ ຂອງ ລາວ ເຮົາ ຢ່າງ ລະອຽດ ເເລະ ຊັດເຈນ ໄດ້ ນັ້ນ ມັນ ຈະ ຊ່ວຍ ໃຫ້ ລາວ ເຮົາ ເເກ້ ບັນຫາ ຂອງ ລາວ ເຮົາ ໄດ້ / ການເເກ້ໄຂ ບັນຫາ ຂອງ ຊາດ ໄດ້ ບໍ່ ເເມ່ນ ການໄປ ຫລົງ ຕົກ ໂງ່ ໃຫ້ ເຂົາ ຈູງ ດັງ ໄດ້ ງ່າຍ / ບໍ່ ເເມ່ນ ການເຜີຕົວ / ເເຕ່ ເເມ່ນ ການຮູ້ຜິດຮູ້ຖືກ ໃນ ເຣຶ່ອງ ຂອງ ລາວ / ເເມ່ນ ການຮູ້ ວາງ ເງື່ອນໄຂ ເປັນ ກົດເກນ ໃຫ້ ຖືກຕ້ອງ ເເລະ ເເຫນ້ນເເກ່ນ ເເທ້ ຢູ່ ທາງ ດ້ານ ການຕິດຕໍ່ສັມພັນ ຢູ່ ໃນ ທຸກ ຮູບເເບບ ກັບ ມິດ ປະເທດ ເພື່ອນ ບ້ານ ເເລະ ໂດຍ ສະເພາະ ເເລ້ວ ກໍ ເເມ່ນ ການຮູ້ ຄວາມເປັນມາ ຂອງ ຝ່າຍ ເຂົາ ເເລະ ເຈຕະນາ ອັນ ເເທ້ຈິງ ຂອງ ຝາຍ ເຂົາ / ເເມ່ນ ຢູ່ ໃນ ຄໍາສັບ ເງື່ອນໄຂ ນີ້ ເອງ ທີ່ ຕົນ ຈະ ສາມາດ ເຫັນ ໄດ້ ເຖິງ ຜົນປໂຍດ ຂອງ ຊາດ ວ່າ ຕົນ ໄດ້ ທ່າ ຫລື ເສັຽທ່າ / ຢູ່ ໃນ ເບື້ອງຕົ້ນ ຂອງ ນິທານ ເຣຶ່ອງ ເເມວ ຈໍາສິນ ນີ້ ພວກຫນູ ກໍ ເຊື່ອຟັງ ຄໍາເວົ້າ ຂອງ ເເມວ ໂລດ ບາດດຽວ ເເລ້ວ ຜົນ ທີ່ ຕົນ ໄດ້ ຮັບ ນັ້ນ ກໍ ໄດ້ ເເກ່ ການສູນເສັຽ ຍາດ ຕິພີ່ນ້ອງ ຂອງ ພວກ ຫນູ ໄປ ຢ່າງ ຫລວງຫລາຍ / ອັນ ທີ່ ສໍາຄັນ ທີ່ສຸດ ນັ້ນ ກໍ ຄື ວ່າ ຕົນ ຕ້ອງ ເຂົ້າໃຈ ໄດ້ ໄວ້ ລ່ວງຫນ້າ ວ່າ ການເຊື່ອຟັງ ຜູ່ ອື່ນ ຢ່າງ ບໍ່ ມີ ກົດເເກນ ເເລະ ຢ່າງ ຂາດສະຕິ ໂດຍ ບໍ່ ມີ ການກະເກນ ຜົນ ສະທ້ອນ ໄວ້ ກ່ອນ ນັ້ນ ມັນ ເປັນ ອັນຕຣາຍ ຕໍ່ ຊາດ / ຕົນ ຕ້ອງ ຮູ້ເລິກ ເຖິງ ການທີ່ ຈະ ບໍ່ ສູນເສັຽ ສິ່ງ ທີ່ ເປັນ ມໍຣະດົກ ຂອງ ຊາດ / ຜູ່ ທີ່ ມີ ສະຕິ ໄດ້ ດີ ດັ່ງ ນີ້ ກໍ ຈະ ນັບ ໄດ້ ວ່າ ເປັນ ຜູ່ ທີ່ ມີ ຄວາມຄິດ ທີ່ ຈະ ນໍາໄປ ສູ່ ການສ້າງ ບຸນຄຸນ ຕໍ່ ຊາດ ເເທ້ / ເມື່ອ ຄວາມນຶດຄິດ ຊື່ສັດ ຕໍ່ ຊາດ ຕໍ່ ປະເທດ ເກີດຂຶ້ນ ໄດ້ ເເທ້ ຢ່າງ ບໍ່ ການຕົ້ວຕົ້ມ ຫລອກລວງ ຄົນລາວ ດ້ວຍກັນ ຄື ວ່າ ບໍ່ ປະພຶດ ຕົນ ເປັນ ຄື ກັບ ເເມວ ຈໍາສິນ ກັບ ເພື່ອ ຮ່ວມຊາດ ດ້ວຍກັນ ເເລ້ວ ເມື່ອ ນັ້ນ ຕົນ ກໍ ຈະ ກາຍເປັນ ຜູ່ ມີ ສິລ ເເທ້ ຕໍ່ ປະເທດຊາດ ຂອງ ຕົນ ເອງ / ຄວາມກົງກັນຂ້າມ ກັບ ຄຸນຄ່າ ທີ່ ໄດ້ ກ່າວມາ ນີ້ ມັນ ກໍ ກາຍເປັນ ຄື ກັບ ເຣຶ່ອງ ນິທານ ເເມວ ຈໍາສິລ ຄື ດັ່ງ ໄດ້ ອ່ານ ໄດ້ ຍິນ ໄດ້ ຟັງ ໄດ້ ພິຈາຣະນາ / ເມື່ອ ຕົນ ຫາກ ສາມາດ ເຫັນເເຈ້ງ ເຣຶ່ອງ ທີ່ ເປັນ ທາດເເທ້ ຂອງ ມັນ ໄດ້ ເເລ້ວ ຕົນ ກໍ ຈະ ກາຍເປັນ ສັດ ທີ່ ສລາດ ໄປ ໄດ້ ເອງ / ເເຕ່ ຖ້າ ຫາກ ຕົນ ໄດ້ ມີ ເຈດຕະນາ ກະທໍາ ໄປ ຄື ກັບ ເເມວ ຈໍາສິນ ເເລ້ວ ຕົນ ກໍ ຈະ ຢູ່ ບໍ່ ໄດ້ ອີກ ນານ / ເເມວ ຕົວະ ຫນູ ໄດ້ ເເຕ່ ຕອນ ຕົ້ນ ເມື່ອ ພວກ ຫນູ ມັນ ຮູ້ເມື່ອຄີງ ໄດ້ ເເລ້ວ ໂຕ ເເມວ ຂີ້ຕົວະ ເເລະ ຄວາມຂີ້ຕົວະ ມັນ ກໍ ຍ່ອມ ດັບສູນ ໄປ ເອງ…ເເລະ ເມື່ອ ໂຕ ເເມວ ມັນ ຫາກ ສາມາດ ຕົວະຕົ້ມ ຫນູ ໄປ ໄດ້ ອີກ
ເຫິງນານ ເດ ມັນ ຈະ ເກີດ ອີ່ຫຍັງ ຂຶ້ນ ກັບ ເຊື້ອຊາດ ເຜົ່າພັນ ຂອງ ພວກ ຫນູ ໂງ່ ທີ່ ຂາດ ສະຕິຣະວັງຕົວ?

ຄໍາອຸດທິດ
ເພື່ອ ຄວາມສຸກ ເເລະ ຄວາມຫມັ້ນຄົງ ຢູ່ ນານ ຂອງ ລາວ ເຮົາ ເເທ້
ເພື່ອ ຄວາມສຸກ ຂອງ ທຸກ ຊີບຊີວິດ

Créteil 7 /12/2016

Okinh soumpholphakdy

**

This entry was posted in Uncategorized. Bookmark the permalink.