ລາຍງານຜູ້ຕາງໜ້າສະຫະປະຊາຊາດຄັ້ງວັນທີ ໒໘ ມິຖຸນາ ໒໐໑໙ :(ຂໍ້ມູນມາຈາກເພສ khondy khongxad)
ສາສດາຈານ ຟີລິບ ອາລສເທິນ (Philip Alston), ຜູ້ຣາຍງານພິເສດ ສະຫະປະຊາຊາດ ດ້ານຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸດ, ໄດ້ຣາຍງານແບບສັງເຂບ ຕໍ່ກອງປະຊຸມສມັຍສາມັນ ຂອງສະພາສິດທິມະນຸດ ສະຫະປະຊາຊາດ ຄັ້ງທີ 41 ທີ່ນະຄອນ ເຈັນເນວາ (Geneva) ປະເທດສວິສເຊີແລນດ໌ (Switzerland) ໃນມື້ວັນທີ 28 ມິຖຸນາ 2019 ນີ້.ໃນຣາຍງານນັ້ນ ທ່ານ ອາລສເທິນ ໄດ້ກ່າວເຖິງ ຜົລສໍາເຣັດ ຂອງການພັທນາເສຖກິດ ຂອງລາວ:“ສປປລາວ ໄດ້ປະສົບຜົລສໍາເຣັດ ຢ່າງໜ້າປະທັບໃຈຫລາຍ ໃນການເຮັດໃຫ້ ເສຖກິດ ຮວມຍອດມູນຄ່າ ການຜລິດພາຍໃນ (GDP) ເຕີບໂຕ ໃນໄລຍະຫລາຍປີ ຜ່ານມານີ້. ແຕ່ການເຕີບໂຕນັ້ນ ບໍ່ໄດ້ຊ່ອຍໃຫ້ ປະຊາຊົນສ່ວນໃຫຍ່ ພາຍໃນປະເທດ ທີ່ມີຊີວິດ ການເປັນຢູ່ທຸກຍາກນັ້ນ ດີຂຶ້ນໄດ້.”
ພ້ອມດຽວກັນນັ້ນ, ທ່ານກໍໄດ້ກ່າວເຖິງ ສະພາບສິດທິມະນຸດ ຢູ່ລາວ ວ່າ:“ພັກປະຊາຊົນ ປະຕິວັດລາວ ຄວບຄຸມ ການປາກເວົ້າ ຂອງມວນຊົນ ຢ່າງເຄັ່ງຄັດ, ຮັກສາບໍ່ໃຫ້ ມີຄວາມໂປ່ງສັຍ, ຍັງບໍ່ອະນຸຍາດ ໃຫ້ມີການຕໍານິຕິຕຽນ ສິ່ງບໍ່ດີຕ່າງໆ ແລະ ທັງບໍ່ໃຫ້ປະຊາຊົນ ຮ້ອງຂໍຕໍ່ວ່າ ຢ່າງແທ້ຈິງ. ຣັຖບານ ຄຸ້ມຄອງຣະບົບຍຸຕິທັມ ແລະ ສື່ມວນຊົນ ທັງບໍ່ໃຫ້ຄວາມສໍາຄັນ ໃນການເຄື່ອນໄຫວ ກິຈກັມຕ່າງໆ ຂອງພາກປະຊາສັງຄົມ.”
ໃນຂະນະດຽວກັນ, ທ່ານ ຄໍາອິນ ຄິດຈະເດດ, ຫົວໜ້າຄະນະຜູ້ແທນ ສປປລາວ ກໍ່ໄດ້ມີຄໍາເຫັນ ຕໍ່ບົດຣາຍງານ ຂອງທ່ານ ຟີລີບ ອາລສເທິນ ຕອນນຶ່ງວ່າ: “ຕລອດໄລຍະ 43 ປີມານີ້ ສປປລາວ ໄດ້ມີຄວາມກ້າວໜ້າ ໃນການພັທນາ ເສຖກິດ ແລະ ຫລຸດຜ່ອນ ຄວາມທຸກຍາກ ຮວມທັງການປົກປ້ອງສິດທິມະນຸດ. ປະເທດລາວ ໄດ້ເຣີ່ມຈາກ ພື້ນຖານຕໍ່າທີ່ສຸດ ແຕ່ກໍ່ໄດ້ ພະຍາຍາມ ສູ້ຊົນກ້າວໄປຂ້າງໜ້າ ແລະ ກໍ່ກໍາລັງຈະຫລຸດພົ້ນ ອອກຈາກ ຖານະຂອງການເປັນປະເທດດ້ອຍພັທນາ.”
ພ້ອມດຽວກັນນັ້ນ, ທ່ານ ຄໍາອິນ ຍັງເວົ້າຕື່ມອີກວ່າ ພວກທ່ານຜິດຫວັງ ຢ່າງຍິ່ງ ຕໍ່ທັສນະ ທີ່ບໍ່ກໍ້າເກິ່ງ ຂອງຜູ້ຣາຍງານພິເສດ ສະຫະປະຊາຊາດ ດ້ານຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸດ ໂດຍເວົ້າວ່າ
ນັ້ນເປັນພື້ນຖານຂໍ້ມູນ ທີ່ບໍ່ຖືກຕ້ອງ, ບິດເບືອນ ແລະບໍ່ສະທ້ອນເຖິງສະພາບຄວາມເປັນຈິງຢູ່ສປປລາວ. ສິ່ງທີ່ວ່ານັ້ນ ເປັນການກ່າວຫາ ບົນພື້ນຖານແຫລ່ງຂ່າວ ທີ່ບໍ່ໜ້າເຊື່ອຖື ແລະ ຂໍ້ມູນທີ່ເສກສັນປັ້ນແຕ່ງ ຊຶ່ງອົງການ ທີ່ບໍ່ຂຶ້ນກັບຣັຖບານ ສນອງໃຫ້.
-ເຖິງຢ່າງໃດກໍ່ຕາມ, ຜ່ານການຢ້ຽມຢາມ ສປປລາວ ແຕ່ວັນທີ 18 ຫາ ວັນທີ 28 ມິນາ ຜ່ານມາ ຊຶ່ງທ່ານຟີລີບ ອາລສເທິນ ໄດ້ເຫັນ ສະພາບ ຄວາມເປັນຈິງ ຕ່າງໆ ຢູ່ ສປປລາວ ຮວມທັງ ຮູ້ເຖິງ ຊີວິດການເປັນຢູ່ ຂອງປະຊາຊົນລາວ ທັງຢູ່ແຂວງພາກເໜືອ ຄືແຂວງຫົວພັນ ແລະ ແຂວງອັດຕະປື ພາກໃຕ້ ຂອງລາວ.ແລະໃນການຖແລງຂ່າວເມື່ອວັນທີ19ມິຖຸນານີ້.
ທ່ານກໍ່ໄດ້ຮຽກຮ້ອງ ໃຫ້ມີການສົ່ງເສີມ ຄວາມໂປ່ງສັຍ ໃນຄະນະ ຣັຖບານ ສປປລາວ ແລະ ເປີດກວ້າງ ແລະ ປະຕິບັດ ຕໍ່ພາກປະຊາສັງຄົມ ໃນຖານະ ເປັນຄູ່ຮ່ວມ ອັນຈະຊ່ອຍ ໃຫ້ມີການແກ້ໄຂ ບັນຫາການສໍ້ຣາສບັງຫລວງ ແລະ ຮັບປະກັນວ່າ ປະຊາຊົນລາວ ຈະບໍ່ປະສົບກັບ ຄວາມທຸກຍາກ ຍ້ອນການຂຸດຄົ້ນ ຊັພຍາກອນ ທັມຊາດ ອອກໄປ ແລະ ໃຫ້ພວກເຂົາເຈົ້າ ມີສ່ວນຮ່ວມ ໃນການແກ້ໄຂ ບັນຫາທ້າທາຍຕ່າງໆ ຂອງປະເທດ.
ສາສດາຈານ ຟີລີບ ອາລສເທິນ ກ່າວຕື່ມວ່າ ນະໂຍບາຍ ກົດຂີ່ຂົ່ມເຫັງ ຈະນຳໄປສູ່ ການສູນເສັຽ ຢ່າງໃຫຍ່ຫລວງ ແລະ ເຮັດໃຫ້ຕົນເອງ ຜ່າຍແພ້, ແລະ ຣັຖບານ ກໍ່ຄວນກໍາຈັດ ຂໍ້ຈໍາກັດ ທີ່ໜັກໜ່ວງ ຕໍ່ການເຄື່ອນໄຫວ ແລະ ກິຈະກັມຕ່າງໆ ຂອງພາກປະຊາສັງຄົມ.
ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ ຟີລີບ ອາລສເທິນ ກໍ່ໄດ້ສັລເສີນ ຣັຖບານ ສປປລາວ ທີ່ໃຫ້ໂອກາດ ທ່ານຢ້ຽມຢາມລາວ 11 ມື້ ແລະ ທັງວ່າ ສິ່ງທີ່ທ່ານຊອກຮຽນຮູ້ ຢູ່ລາວນັ້ນ ແມ່ນສອດຄ່ອງ ກັບການປະຕິບັດໜ້າທີ່ ຂອງທ່ານ.